ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Khuon Sudary ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 27 – 29 ກໍລະກົດ. ຕີລາຄາກ່ຽວກັບຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ ໃຫ້ຮູ້ວ່າ ການຢ້ຽມຢາມຫວຽດນາມຂອງ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ແມ່ນການເຄື່ອນໄຫວທາງການທູດຂັ້ນສູງ ມີຄວາມໝາຍສຳຄັນທີ່ສຸດ ໃນການສືບຕໍ່ປັບປຸງ ແລະ ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍເລິກເຊິ່ງກວ່າອີກ.
