ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ອະນຸພາບ ວົງໜໍ່ແກ້ວ ພ້ອມດ້ວຍຄະນະມາອວຍພອນປີໃໝ່ (ພາບ: VOV)

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ອະນຸພາບ ວົງໜໍ່ແກ້ວ ແລະ ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ Sophea Eat, ໄດ້ຊົມເຊີຍບັນດາຜົນງານທີ່ສຳຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນຈະສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ ກັບ ຫວຽດນາມ ຢູ່ ສປຊ ໃນໄລຍະຈະມາເຖິງ.

ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ Sophea Eat ມາອວຍພອນປີໃໝ່ (ພາບ: VOV)

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ດັ້ງຮວ່າງຢາງ ກໍເຄົາລົບນ້ຳໃຈອັນສະໜິດສະໜົມຂອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ; ພ້ອມທັງຢັ້ງຢືນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ລາວ ແບກຫາບບົດບາດເປັນປະທານ ຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ໃນປີນີ້ ຢ່າງສຳເລັດຜົນ ແລະ ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນ, ການສົມທົບລະຫວ່າງບັນດາຄະນະຜູ້ຕາງໜ້າໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ອາເມລິກາ