ເສດຖະກິດທົ່ວໂລກມີການເຕີບໂຕບັນລຸລະດັບພຽງແຕ່ 2,5% ໃນປີນີ້, ຕ່ຳກວ່າເມື່ອທຽບໃສ່ກັບລະດັບ 2,9% ຂອງປີກ່ອນ, ໃນຂະນະທີ່ໄພເງິນເຟີ້ຄາດວ່າຈະຢູ່ລະດັບ 4%. ນີ້ແມ່ນການຄາດຄະເນຄັ້ງຫຼ້າສຸດໂດຍທະນາຄານໂລກ (WB) ຍົກອອກມາໃນບົດລາຍງານແງ່ຫວັງເສດຖະກິດທົ່ວໂລກທີ່ໄດ້ປະກາດໃນວັນທີ 11 ມິຖຸນາ.
ນອກຈາກນັ້ນ, ອົງການການເງິນນີ້ກໍ່ປັບປຸງການຄາດຄະເນການເຕີບໂຕຂອງ 2/3 ຈຳນວນປະເທດໃນໂລກ. ຕາມນັ້ນແລ້ວ, ສອງພື້ນຖານເສດຖະກິດໃຫຍ່ແມ່ນ ຈີນ ແລະ ອິນເດຍ ໄດ້ຮັບການຄາດຄະເນມີການເຕີບໂຕບັນລຸລະດັບແມ່ນ ຈີນ 4,2% ແລະ ອິນເດຍ 6,6% ໃນປີນີ້, ຫຼຸດລົງຢ່າງແຮງເມື່ອທຽບໃສ່ກັບການຄາດຄະເນທີ່ໄດ້ຍົກອອກມາກ່ອນນັ້ນ. ເຂດທີ່ນຳໃຊ້ສະກຸນເງິນຮ່ວມ ເອີລົບ (Eurozone) ມີການເຕີບໂຕບັນລຸລະດັບພຽງແຕ່ 0,8%, ຫຼຸດລົງຫຼາຍເມື່ອທຽບໃສ່ກັບລະດັບ 1,4% ຂອງປີກາຍນີ້.
ນອກຈາກນັ້ນ, ຕາມການຄາດຄະເນຂອງ IMF ແລ້ວ, ການເຕີບໂຕເສດຖະກິດ Eurozone ໃນປີນີ້ບັນລຸພຽງແຕ່ 0,9%, ຫຼັງຈາກນັ້ນ ເພີ່ມຂຶ້ນ 1,2% ໃນປີ 2027. ໃນຂະນະທີ່ໄພເງິນເຟີ້ຂອງປີນີ້ຄາດວ່າຈະຢູ່ລະດັບ 2,8%.
