ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມສຸດຍອດກຸ່ມບັນດາປະເທດເອີຣົບເໜືອ ແລະ Baltic ທີ່ດຳເນີນຢູ່ Tallinn (ແອັດສະໂຕນີ) ດ້ວຍການເຂົ້າຮ່ວມຂອງທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ, ບັນດາການນຳໄດ້ເນັ້ນໜັກວ່າ ຢູແກຼນ ແມ່ນຄູ່ຮ່ວມມືດ້ານຄວາມໝັ້ນຄົງທີ່ສຳຄັນຂອງພາກພື້ນ, ພ້ອມທັງຢັ້ງຢືນຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຢູແກຼນ ໃນເສັ້ນທາງເຊື່ອມໂຍງຍາວນານກັບບັນດາລະບອບລະບຽບການເອີຣົບ - ອັດລັງຕິກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຢັ້ງຢືນວ່າ ຢູແກຼນ ກຽມພ້ອມແບ່ງປັນບົດຮຽນປະສົບການຕົວຈິງ ແລະ ເຕັກໂນໂລຢີທີ່ກ່ຽວຂ້ອງເຖິງລະບົບຕິດຕາມກວດກາ ແລະ ການປ້ອງກັນ, ພ້ອມທັງເພີ່ມທະວີການຮ່ວມມືດ້ານເຕັກນິກກັບບັນດາຄູ່ຮ່ວມມືເອີຣົບ.
