ວັນ​ທີ 20 ສິງ​ຫາ, ຝ​ລັ່ງ, ເຢຍ​ລະ​ມັນ, ອັງ​ກິດ ແລະ ອີ​ຕາ​ລີ ພ້ອມ​ກັບ​ໂຮນ​ລັງ, ກາ​ນາ​ດາ ແລະ ນອກ​ແວໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຄັດ​ຄ້ານ​ແຜນ​ການ​ເປີດກວ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ E1 ຂອງ​ອິ​ດ​ສະ​ລາ​ແອັນ​ຢູ່ ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້ອິດ​ສະ​ລາ​ແອັນ ຖອນ​ຂໍ້​ຕົກ​ລົງ​ນີ້ຄື​ນ. ໃນ​ຖະ​ແຫຼງ​ການ​ຮ່ວມ, 7 ປະ​ເທດດັ່ງ​ກ່າວ​ຢັ້ງ​ຢືນ​ເລື່ອງ​ອິດ​ສະ​ລາ​ແອັນ​ຊຸກ​ຍູ້​ແຜນ​ການ​ເປີດກວ້າງ​ເຂດ​ຕັ້ງ​ຖິ່ນ​ຖາ​ນ​ຄົງ​ທີ່ E1 ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້ຢ່າງ​ເດັດ​ຂາດ, ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ແງ່​ຫວັງ​ປະ​ຕິ​ບັດ​ມາດ​ຕະ​ການ​ສອງ​ລັດ. E1 ແມ່ນ​ເຂດ​ດິນ​ແດນ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ຢູ່​ກາງ​ເຂດ​ຕາ​ເວັນ​ອອກ ແລະ ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ Ma’ale Adumim. ​ວ່າງ​ແລ້ວ​ນີ້, ອຳ​ນາດ​ການ​ປົກ​ຄອງ​ອິດ​ສະ​ລາ​ແອັນ ໄດ້​ຊຸກ​ຍູ້​ແຜນ​ການ​ກໍ່​ສ້າງ​ເຮືອນ​ຢູ່​ປະ​ມານ 3.400ຫຼັງ​ຢູ່​ເຂດ​ນີ້, ໃນ​ນັ້ນ​ມີ​ເຮືອນກວ່າ 1.200 ຫຼັງ​ແມ່ນ​ໄດ້​ນຳ​ມາ​​ປະ​ມູນ​ແລ້ວ.