ພາບປະກອບ: ສະຖານທີ່ເກີດເຫດຍິງປືນຢູ່ງານບຸນກະທຽມ Gilroy (ພາບ: AFP/TTXVN)

ທ່ານ Kamala Harris ສະມາຊິກສະພາສູງລັດ California, ຜູ້ທີ່ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຄວບຄຸມກວດກາປືນ, ລູກປືນຖ້າຫາກວ່າໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ, ແລະທ່ານໄດ້ເອີ້ນເຫດຍິງປືນຢູ່ງານບຸນກະທຽມ Gilroy ປະຈຳປີແມ່ນເຫດທີ່ນອງເລືອດ.

ທ່ານ Julian Castro ອະດີດລັດຖະມົນຕີກະຊວງພັດທະນາ ເຄຫາ ແລະ ຕົວເມືອງ ອາເມລິກາ,ໂດຍເປັນໜຶຶ່ງໃນຜູ້ອອກຮັບສະໝັກເລືອກຕັ້ງດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາຂອງພັກປະຊາທິປະໄຕໄດ້ເນັ້ນໜັກວ່າ ຕ້ອງເຮັດຫຼາຍກ່ວາອີກເພື່ອສະກັດກັ້ນບັນດາເຫດການບຸກໂຈມຕີທີ່ນອງເລືອດຄືດັ່ງກ່າວ.