ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: AFP/TTXVN)

ຖະແຫຼງການນີ້ໂດຍທ່ານເລຂາທິການໃຫຍ່ ສປຊ Antonio Guterres ຍົກອອກມາໃນການຖະແຫຼງຂ່າວ ຢູ່ນະຄອນທ່າກ່ຳປັ່ນ Karachi, ທາງທິດໃຕ້ ປະເທດ ປາກິດສະຖານ ໃນການຢ້ຽມຢາມເຂດຖືກຜົນສະທ້ອນຈາກໄພນ້ຳຖ້ວມ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ບັນດາຜົນກະທົບຈາກອາຍພິດດັ່ງກ່າວພວມເພີ່ມຂຶ້ນ. ບັນດາຜູ້ພວມດຳລົງຊີວິດໃນເງື່ອນໄຂທີ່ມີຄວາມສ່ຽງເສຍຊີວິດຍ້ອນຜົນສະທ້ອນຈາກດິນຟ້າອາກາດເພີ່ມຂຶ້ນທົບ 15 ເທື່ອ. ປັດຈຸບັນໃນທົ່ວໂລກ ມີຈຳນວນປະຊາຊົນເກືອບເຄີ່ງໜຶ່ງພວມນອນໃນຢູ່ກຸ່ມນີ້, ໃນນັ້ນ ສ່ວນຫຼາຍແມ່ນຢູ່ບັນດາປະເທດພວມພັດທະນາ.