ລາຍການດັ່ງກ່າວໂດຍ ຄະນະຊາວໜຸ່ມຮາກຖານ ກອງທະຫານເຮືອ 129 ກອງທັບເຮືອ ສົມທົບກັບຄະນະຊາວໜຸ່ມ ແຂວງ ບ່າເຣ້ຍ - ຫວູງເຕົ່າ ຈັດຂຶ້ນ ຢູ່ເທດສະບານເມືອງ ລອງຫາຍ, ເມືອງ ລອງດ່ຽນ ໃນຕອນບ່າຍວັນທີ 26 ພຶດສະພາ.
ສະມຊິກຊາວໜຸ່ມ ກອງທະຫານເຮືອ 129 ເກັບຂີ້ເຫຍື້ອຢູ່ແຄມທະເລ (ພາບ: VOV) |
"ສະມາຊິກຊາວໜຸ່ມ ກອງທະຫານເຮືອ 129 ໄດ້ເຊື່ອມຊຶມຢ່າງເລິກເຊິ່ງເຖິງຈຸດປະສົງ, ຄວາມຮຽກຮ້ອງຕ້ອງການ, ເນື້ອໃນແຜນການສົມທົບກັບຄະນະຊາວໜຸ່ມ ແຂວງ ບ່າເຣ້ຍ - ຫວູງເຕົາ ເຂົ້າຮ່ວມ ແລະ ປະຕິບັດລາຍການທະຫານເຮືອປະຊາຊົນ ຫວຽດນາມ ເປັນທີ່ເພິ່ງສຳລັບຊາວປະສົງຢູ່ທະເລ ໃຫ້ເປັນຢ່າງດີ. ກຳລັງສະມາຊິກຊາວໜຸ່ມ ກອງທະຫານເຮືອ 129 ເຄື່ອນໄຫວຢູ່ບັນດາເຂດທະເລແມ່ນເພື່ອແນໃສ່ປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍທະເລໃຫ້ແກ່ຊາວປະສົງໃຫ້ເປັນຢ່າງດີ, ໜູນຊ່ວຍເຂົາເຈົ້າສ້ອມແປງເຄື່ອງຈັກ, ສະໜອງນ້ຳຈືດໂດຍບໍ່ເກັບຄ່າ ແລະ ທັນຍາຫານທີ່ຈຳເປັນຈຳນວນໜຶ່ງ, ກຽມພ້ອມປະຕິບັດວຽກງານກູ້ໄພກູ້ຊີບຢູ່ທະເລໃຫ້ເປັນຢ່າງດີ”.

