ທ່ານ ຫງວຽນຫາຍແອັງ - ຮອງປະທານ, ເສລາທິການໃຫຍ່ ສະພາກາແດງ ຫວຽດນາມ ປະກາດໝາກຜົນຂອງບັ້ນເຄື່ອນໄຫວ (ພາບ:nhandaoonline.vn)

“ລ້ານບາດກ້າວແຫ່ງຄວາມເມດຕາປານີ” ແມ່ນເຫດການເລີ່ມຕົ້ນ ແລະ ກໍແມ່ນກິດຈະກຳພົ້ນເດັ່ນໃນລາຍການການເຄື່ອນໄຫວຕອບສະໜອງເດືອນມະນຸດສະທຳ ປີ 2024 (ເດືອນ 5) ດ້ວຍຫົວຂໍ້ “ວິວັດການມະນຸດສະທຳ - ມອບຮັບຄວາມຮັກແພງ”. ຄາດໝາຍຂອງບັ້ນເຄື່ອນໄຫວນີ້ ແມ່ນດຶງດູດນັກກິລາ 70.000 ຄົນເຂົ້າຮ່ວມການຍ່າງ ຫຼື ແລ່ນ ແລະ ບັນທຶກຜົນງານໂດຍຜ່ານແອັບ vRace ບັນລຸ 700.000 km, ທຽບເທົ່າກັບການລະດົມໄດ້ຈຳນວນເງິນສະໜັບສະໜູນ 7 ຕື້ດົ່ງ (ເກືອບ 300.000 USD).

ໃນໄລຍະ 56 ວັນ, ບັ້ນເຄື່ອນໄຫວ “ລ້ານບາດກ້າວແຫ່ງຄວາມເມດຕາປານີ” ໄດ້ຜັນຂະຫຍາຍຢູ່ສະພາກາແດງ 63 ແຂວງ, ນະຄອນ. ບັນດາຕົວເລກທີ່ໜ້າຊື່ນຊົມນີ້ ໄດ້ສະແດງໃຫ້ເຫັນ ປະສິດທິຜົນຂອງລາຍການ ເມື່ອມີຈໍານວນຜູ້ສະໜັບສະໜູນຫຼາຍທົບ 1,3 ເທົ່າ, ງົບປະມານບັນລຸເກືອບ 2 ເທົ່າ ເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກໃນເບື້ອງຕົ້ນ. ພິເສດ, ບັ້ນຮົບດັ່ງກ່າວ ກໍ່ໄດ້ດຶງດູດຄວາມສົນໃຈຂອງບັນດາເພື່ອນໜຸ່ມ.