ພິທີຮັບເຮືອບິນ Boeing 787-9 Dreamliner ຂອງ Bamboo Airway

ຕາມແຜນການແລ້ວ, IATA ຈະມອບໃບຢັ້ງຢືນໃຫ້ແກ່ Bamboo Airway ຢູ່ຮ່າໂນ້ຍໃນວັນທີ 3 ມັງກອນ 2020 ຈະມາເຖິງ. ໃບຢັ້ງຢືນ IOSA ໄດ້ຕີລາຄາວ່າແມ່ນໃບຢັ້ງຢືນສຳຄັນທີ່ສຸດກ່ຽວກັບຄວາມປອດໄພທາງອາກາດ, ໃນໂລກມີພຽງແຕ່ 16 ບໍລິສັດການບິນບັນລຸໄດ້ໃບຢັ້ງຢືນດັ່ງກ່າວ. ໃບຢັ້ງຢຶນ IOSA ຂອງ IATA ແມ່ນລະບົບບັນດາມາດຕະຖານ, ຂໍ້ກຳນົດ ແລະ ວິວັດການປະຕິບັດຕາມມາດຕະຖານສາກົນ ເພື່ອແນໃສ່ຕີລາຄາຄວາມສາມາດບົ່ມຊ້ອນຂອງລະບົບການຄວບຄຸມ ແລະ ບໍລິຫານການເຄື່ອນໄຫວຂອງບັນດາບໍລິສັດການບິນ.