.jpg)
ບັນດາແຂວງ, ນະຄອນເປີດສະຫຼອງລະດູການທ່ອງທ່ຽວ
(ພາບ: baodautu.vn)
“ປີນີ້ເປີດສະຫຼອງລະດູການທ່ອງທ່ຽວທະເລ ດ້ວຍເກືອບ 20 ເຫດການ, ໃນນັ້ນມີການເຄື່ອນໄຫວໃໝ່ບາງຢ່າງຄຽງຂ້າງການເຄື່ອນໄຫວທີ່ເປັນມູນເຊື້ອຂອງທຸກປີ... ພວກຂ້າພະເຈົ້າໄດ້ປະຊຸມກັບບັນດາຫົວໜ່ວຍທ່ອງທ່ຽວ, ບັນດາເຂດ, ສະຖານທີ່ທ່ອງທ່ຽວວ່າຕ້ອງເພີ່ມຄຸນນະພາບ, ທ່າທີຮັບໃຊ້ ເພື່ອໃຫ້ນັກທ່ອງທ່ຽວມາແຫ່ງນີ້ຮູ້ສຶກສະບາຍໃຈແລະ ເຈືອຈານໃນບັນຍາກາດອັນຟົດຟື້ນໃນຍາມລະດູຮ້ອນຢູ່ເຂດທະເລ ດ່ານັ້ງ“.
ຢູ່ແຂວງ ກວາງນິງ, ຕອນຄຳ່ວັນທີ 28/4, ໄດ້ເປີດລາຍການ “ ຫ້າລອງແຫ່ງຄວາມສະຫງ່າຜ່າເຜີຍ 2017“. ລາຍການໄດ້ວາດພາບຮູບພາບ ຫ້າລອງ - ກວາງນິງ ທີ່ຂະຫຍັນຂັນເຄື່ອນ, ເຊື່ອມໂຍງ ແຕ່ຍັງຄົງຮັກສາຄວາມງາມສັນຕິສຸກຂອງເຂດມໍລະດົກ. ອ້າຍ ຫງວຽນຊວນແທ່ງ, ນັກທ່ອງທ່ຽວມາຈາກ ຫາຍເຢືອງ, ແບ່ງປັນວ່າ:
“ຂ້າພະເຈົ້າມາແຫ່ງນີ້ພ້ອມກັບຄອບຄົວ, ຂ້າພະເຈົ້າເຫັນວ່າປີນີ້ ຫ້າລອງຈັດຕັ້ງລາຍການດ້ວຍຂອບຂະໜາດໃຫຍ່, ງາມ ແລະ ມ່ວນທີ່ສຸດ. ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າມາ ກວາງນິງ, ແລະ ຫວັງວ່າຂ້າພະເຈົ້າຈະມາອີ່ກຫຼາຍເທື່ອ“.
