ຮອບເຈລະຈາສັນຕິພາບເມື່ອປີ 2017

(ພາບປະກອບ: AFP/TTXVN)

ທຸກໆຝ່າຍທີ່ກ່ຽວຂ້ອງ ລວມທັງ 3 ປະເທດອຸປະຖຳແມ່ນລັດເຊຍ, ອີຣານ ແລະ ຕວກກີ, ລັດຖະບານ ແລະ ຝ່າຍຄ້ານປະກອບອາວຸດຢູ່ຊີຣີ ລ້ວນແຕ່ຢັ້ງຢືນຈະເຂົ້າຮ່ວມ.

ແຈ້ງການກໍ່ໃຫ້ຮູ້ວ່າ, ຄະນະຜູ້ແທນຂອງສະຫະປະຊາຊາດ ໂດຍທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura ນຳໜ້າ ແລະ ຄະນະຜູ້ແທນຈໍແດນ ກໍ່ຈະມີໜ້າຢູ່ Astana ດ້ວຍຖານະເປັນນັກສັງເກດການ.

ຄາດວ່າ, ວັນທີ 14 ພຶດສະພາ, ບັນດາຝ່າຍຈະດຳເນີນການເຈລະຈາ 2 ຝ່າຍ, ຫຼາຍຝ່າຍຢູ່ຂັ້ນນັກຊ່ຽວຊານ ແລະ ວັນທີ 15 ພຶດສະພາຈະດຳເນີນວາລະປະຊຸມຄົບຄະນະ.