(ພາບ: REUTERS/Evan Vucci )
ງານແຂ່ງຂັນບານເຕະໂລກ 2026 (World Cup 2026) ໄດ້ອັດລົງ ດ້ວຍທິມບານເຕະຮັບຊະນະສຸດທ້າຍແມ່ນ ແອັດສະປາຍ, ພາຍຫຼັງທີ່ທິມບານເຕະນີ້ແຂ່ງຂັນກັບ ອາກຊັງຕິນ ດ້ວຍຊະນະ 1 ປະຕູຕໍ່ 0 ໃນຮອບ 4 ທິມຈັດຂຶ້ນຢູ່ສະໜາມກິລາ New York New Jersey, ຈັດຂຶ້ນໃນວັນທີ 19 ກໍລະກົດ. ນີ້ແມ່ນຂັນຄຳໂລກທີ 2 ໃນປະຫວັດສາດເຊິ່ງ ແອັດສະປາຍ ໄດ້ຮັບ, ພາຍຫຼັງຄັ້ງທີ 1 ເປັນເວລາ 16 ວັນຢູ່ ອາຟະລິກາໃຕ້ ເມື່ອປີ 2010.
ພາຍຫຼັງ ແອັດສະປາຍ ສະຫຼະເລີດ ໃນ World Cup 2026, ມີ 6 ທິມບານເຕະແນ່ນອນວ່າຈະເຂົ້າຮ່ວມການແຂ່ງຂັນໃນ World Cup 2030, ລວມມີ: ແອັດສະປາຍ, ປອກຕຸຍການ, ໂມໂຣໂກ, ອຸຣຸກວາຍ, ອາກຊັກຕິນ ແລະ ປາຣາກວາຍ. World Cup 2030 ຈະມີຮູບແບບຈັດຕັ້ງພິເສດ ເມື່ອ ແອັດສະປາຍ, ປອກຕຸຍການ ແລະ ໂມໂຣໂກ ແມ່ນ 3 ປະເທດເຈົ້າພາບຕົ້ນຕໍ.
World Cup 2026 ແມ່ນງານແຂ່ງຂັນໄດ້ຮັບຖືວ່າມີຂອບຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງບານເຕະໂລກ, ທີ່ອັດລົງດ້ວຍບັນດາຕົວເລກປະຫວັດສາດ. World Cup 2026 ໄດ້ຕ້ອນຮັບແຟນບານມາສະໜາມກິລາເຊຍໂດຍກົງໃຫ້ແກ່ບັນດາທິນບານເຕະກວ່າ 6,5 ລ້ານເທື່ອຄົນ. ໃນຂະນະນັ້ນ, ມີ 20 ຕື້ເທື່ອຊົມໃນບັນດາພື້ນຖານເຕັກນິກດີຈີຕອນທົ່ວໂລກ, ເຊິ່ງແມ່ນຕົວເລກສະຖິຕິໃນບັນດາສະໄໝຈັດ World Cup.
