|
(ພາບ: cand.vn) |
ທ່ານຮອງລັດຖະມົນຕີ ບຸຍວັນນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ສະມາຄົມພຸດທະສາສະໜາຫວຽດນາມ ທີ່ມີຕໍ່ກັບພາລະກິດການປະຕິວັດຂອງຊາດເວົ້າລວມ, ຕໍ່ກັບກຳລັງຕຳຫຼວດປະຊາຊົນເວົ້າສະເພາະ. ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາຫວຽດນາມ ແລະ ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ສືບຕໍ່ສວມບົດບາດສຳຄັນໃນກຸ່ມມະຫາສາມັກຄີຂອງຊາດ, ຕັ້ງໜ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ປະກອບສ່ວນສ້າງສາປະເທດຊາດ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ.
ແລະກໍໃນວັນດຽວກັນ, ຄະນະການນຳ ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນມາມ ແຂວງຫວິງລອງ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງຫວິງລອງ ເຊັ່ນດຽວກັນ.

