ການນຳແຂວງ ບີງເຟືອກ ຍ້ອງຍໍ 11 ໝູ່ຄະນະ

ບັນດາຜູ້ແທນໄດ້ຫວນຄືນວິວັດການສ້າງຕັ້ງ ແລະ ພັດທະນາກໍ່ຄືບົດບາດ, ການປະກອບສ່ວນຂອງແມ່ຍິງ ຫວຽດນາມ ເວົ້າລວມ, ແມ່ຍິງ ບີງເຟືອກ ເວົ້າສະເພາະ ໃນພາລະກິດຕໍ່ສູ້ປົກປ້ອງເອກະລາດ ແລະ ສ້າງສາປະເທດຊາດ.

ຕອນເຊົ້າວັນທີ 08 ມີນາ, ສະຫະພັນແມ່ຍິງແຂວງ ກາເມົາ ກໍ່ໄດ້ຈັດຕັ້ງການພົບປະສັງສັນກັບກອງປືນໃຫຍ່ແມ່ຍິງແຂວງ ກາເມົາ ແລະ ປຸກລະດົມປີແຫ່ງຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານ - ເພື່ອສຸຂະພາບຂອງປະຊາຄົມ.

ແລະກໍ່ໃນວັນທີ 08 ມີນາ, ຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ໄດ້ດຳເນີນບັນດາການເຄື່ອນໄຫວທີ່ມີຄວາມໝາຍ ສະເຫຼີມສະຫຼອງວັນແມ່ຍິງສາກົນ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນ ບັນດາພິທີສະເຫຼີມສະຫຼອງໂດຍສະຖານທູດ ຫວຽດນາມ, ສະມາຄົມໃຫຍ່ຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ແລະ ພິທີສະເຫຼີມສະຫຼອງໂດຍລັດຖະບານລາຊະອານາຈັກ ກຳປູເຈຍ ຈັດຕັ້ງ.