ອະນຸສາວະລີ ຫງວຽນຊີງສັກ - ຫງວຽນເຕີດແທງ

ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ຊີ້ແຈ້ງວ່າ: ພວກເຮົາເຊື່ອໝັ້ນວ່າ ດ້ວຍມູນເຊື້ອປະຕິວັດອັນສະຫງ່າລາສີ ແລະ ຈິດໃຈຂະຫຍັນຂັນເຄື່ອນມີຫົວຄິດປະດິດສ້າງ ອຳນາດການປົກຄອງ ແລະ ປະຊາຊົນ ບີງດິງ ສືບຕໍ່ສູ້ຊົນປະຕິບັດພາລະກິດປ່ຽນໃໝ່ຢ່າງມີໄຊ ກໍ່ສ້າງແຂວງ ບີງດິງ ນັບມື້ນັບສິີວິໄລ ແລະ ທັນສະໄໝ ແລະ ສູ້ຊົນກາຍເປັນແຂວງພັດທະນາດີສົມຄວນຂອງພາກກາງ.

ແລະກໍ່ໃນຕອນຄ່ຳວັນທີ 18 ພຶດສະພາ, ຢູ່ແຂວງ ທ໋າຍງວຽນ, ດຳເນີນລາຍການ “ATK - ຕອບບຸນແທນຄຸນ” ແລະ ກໍ່ໃນວັນທີ 18 ພຶດສະພາ ຢູ່ຫໍພິພິທະພັນ ໂຮ່ຈີມິນ ສາຂາ ເທື່ອທຽນ-ເຫວ້ ດຳເນີນງານວາງສະແດງຫົວເລື່ອງສະເພາະ “ເລື່ອງລາວກ່ຽວກັບບັນດາວັດຖຸພັນ”. ງານວາງສະແດງແນະນຳເອກະສານ, ວັດຖຸພັນກ່ວາ 120 ຢ່າງ,