ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ

ທີ່ການພົບປະ, ທ່ານ ຫວໍວັນເຖືອງ ໄດ້ຮັບຮູ້ບັນດາຂໍ້ສະເໜີແນະ, ການປະກອບຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ປະເທດຊາດ. ທ່ານ ຫວໍວັນເຖືຶອງ ຢືນຢັນວ່າ: ໃນພາລະກິດຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ ພວມໄດ້ຮັບຄວາມຕັດສິນໃຈປະຕິບັດຈາກພັກ, ຜ່ານນັ້ນ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ.

ແລະໃນວັນທີ 02 – 03 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິ ງອັກທິ້ງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫວີງລອງ ແລະ ເມືອງ ມາງທິດ (ແຂວງ ຫວີງລອງ) ເພື່ອແຈ້ງເນືື້ອໃນລາຍການກອງປະຊຸມສະໄໝສາມັນເທືຶ່ອທີ 5 ສະພາແຫ່ງຊາດຊຸດທີ 14, ພ້ອມທັງຮັບຟັງຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາ ແລະ ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.

ແລະກໍ່ໃນວັນທີ 03 ພຶດສະພາ, ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງພັກ ແລະ ຄະນະສະມາຊິກສະພາແຫ່ງຊາດຊຸດທີ 14 ແຂວງ ກວາງບີງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຕວຽນຮ໋ວາ ແລະ ມິງຮ໋ວາ