ລາຍການ ຂັບກາບກອນຖືກຈັດຂຶ້ນຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ

ນີ້ແມ່ນຄັ້ງທຳອິດທີ່ລາຍການ ຂັບກາບກອນຖືກຈັດຂຶ້ນຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ. ຄະນະຈັດຕັ້ງຢາກວາດພາບເຖິງການຂັບກາບກອນແບບທັນສະໄໝ, ມີສິສັນວັນນະຄະດີຫວຽດນາມຫຼາຍກ່ວາ. ທ່ານນາງ ມາຍເງິນຮວາ ຫົວໜ້າກຸ່ມປະຊາສຳພັນ, ບໍລິສັດວັດທະນະທຳພາກໃຕ້ ໃຫ້ຮູ້ວ່າ :

“ ເປົ້າໝາຍຂອງຄະນະຈັດຕັ້ງ ແມ່ນມີຄວາມຫວັງຢາກຫັນຖະໜົນປຶ້ມໃຫ້ກາຍເປັນຖະໜົນຂັບກາບກອນ. ນອກຈາກນັ້ນ, ເນື່ອງໃນໂອກາດຕົ້ນປີໃໝ່, ຊາວຫວຽດນາມມີປະເພນີແຕ່ງກະວີຍາມຕົ້ນປີ ຊຶ່ງກໍເປັນຄວາມງາມ ແລະ ເປັນຄວາມຄາດຫວັງຕໍ່ສິ່ງທີ່ດີເມື່ອກ້າວສູ່ປີໃໝ່ ”