ບັນດາກຳລັງຊາວ Kurd ພວມຖອນກຳລັງອອກຈາກເຂດຊາຍແດນທາງທິດເໜືອ ຊີຣີ (ພາບ: AFP/TTXVN)

ໃນແຈ້ງການສະບັບໜຶ່ງ, SDF ໃຫ້ຮູ້ວ່າ: ກຳລັງນີ້ພວມຜັນຂະຫຍາຍໄປເຖິງບັນດາສະຖານທີ່ໃໝ່ຢູ່ນອກເຂດຊາຍແດນລະຫວ່າງ ຊີຣີ ແລະ ຕວັກກີ ຄືນໃໝ່ ແນໃສ່ເຄົາລົບຂໍ້ຕົກລົງທີ່ໄດ້ເຊັນກັນຢູ່ Sochi, ລັດເຊຍ ໃນອາທິດທີ່ຜ່ານມາ. ຕາມ SDF ແລ້ວ, ບັນດາກຳລັງທະຫານປ້ອງກັນຊາຍແດນ ຊີຣີ ທີ່ໃກ້ຊິດກັບອຳນາດການປົກຄອງສູນກາງ ຈະຜັນຂະຫຍາຍກຳລັງລຽບຕາມທົ່ວທັງໝົດຊາຍແດນລະຫວ່າງ ຊີຣີ ແລະ ຕວັກກີ.