ບັນດາລາຍການທັດສະນະສຶກສາບໍ່ເສຍຄ່າຢູ່ ຮ່າໂນ້ຍ ພາບ:Vietravel |
ຊ່ວຍໃຫ້ນັກທ່ອງທ່ຽວມີການລົງຕົວຈິງທີ່ເປັນໜ້າຈັບໃຈເມື່ອຄົ້ນຫາ ຮ່າໂນ້ຍ. ລາຍການໄດ້ຮັບການຜັນຂະຫຍາຍໃນວັນສຸກ, ວັນເສົາ ແລະ ວັນທິດປະຈຳອາທິດ, ເວລາແຕ່ 2 – 3 ຊົ່ວໂມງຕໍ່ລາຍການ. ສິ້ນສຸດແຕ່ລະລາຍການ Tours, ນັກທ່ອງທ່ຽວຍັງໄດ້ຮັບປະທານບັນດາເຍືອງອາຫານທີ່ອຸດົມສົມບູນ, ຫລາຍຮູບຫລາຍສີຂອງນະຄອນຫລວງຄື: ເຝີ ຮ່າໂນ້ຍ, ປັນກວນ, ເຂົ້າປຸ້ນ …ລາຍການທັດສະນະສຶກສາບໍ່ເສຍຄ່ານີ້ ຈະກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ ແລະ ແມ່ນໂອກາດທີ່ດີ ເພື່ອໂຄສະນາຮູບພາບປະເທດຊາດ, ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ເວົ້າລວມ, ນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ.

