(vovworld) - ວັນທີ 02/05, ບັນດານັກເຈລະຈາແຖວໜ້າຂອງ 11 ປະເທດໄດ້ຈັດກອງປະຊຸມຢູ່ນະຄອນ Toronto, ປະເທດການາດາ ເພື່ອສຳຫຼວດຄວາມສາມາດນຳສັນຍາການຄ້າຂ້າມປາຊີຟິກ (TPP) ເຂົ້າເຄື່ອນໄຫວ ເຊິ່ງບໍ່ມີການເຂົ້າຮ່ວມຂອງອາເມລິກາ.
|
ນັກເຈລະຈາແຖວໜ້າຂອງ 11 ປະເທດໄດ້ຈັດກອງປະຊຸມຢູ່ນະຄອນ Toronto (ພາບ: Straits Times) |
ໃນວັນທີ 01 - 02/05, ທ່ານຫົວໜ້າຄະນະເຈລະຈາຍີ່ປຸ່ນ Keiichi Katakami ໄດ້ມີການພົບປະກັບ 9 ທ່ານໃນຈຳນວນຄູ່ຕຳແໜ່ງ 10 ທ່ານ ເພື່ອກະກຽມໃຫ້ກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນດັ່ງກ່າວຢູ່ນະຄອນ Toronto. ຕອບສຳພາດຕໍ່ວົງການນັກຂ່າວກ່ອນຈັດກອງປະຊຸມ, ທ່ານ Katakami ສະແດງຄວາມເຊື່ອໝັ້ນວ່າ, 11 ປະເທດ ຕ້ອງສາມັກຄີກັນເພື່ອນຳ TPP ມີຜົນສັກສິດ.
ພາຍຫຼັງກອງປະຊຸມດັ່ງກ່າວ, ລັດຖະມົນຕີການຄ້າບັນດາປະເທດກໍ່ຈະດຳເນີນກອງປະຊຸມໃນເດືອນ 05 ນີ້. ຍີ່ປຸ່ນ ຫວັງວ່າ, ຈະບັນລຸໄດ້ຂໍ້ຕົກລົງໃໝ່ໃນກາງເດືອນ 11, ຂະນະທີ່ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).

