​ຖະ​ແຫຼງ​ການ​ຮ່ວມ​ໄດ້​ຖື​ວ່າ​: ບັນ​ດາ​ການ​ເຄື່ອນ​ໄຫວ​ບັງ​ຄັບໃຫ້​ປະ​ຊາ​ຊົນອອກ​ຈາກ​ເຂດ ກາ​ຊາ ແມ່ນ​ການ​ກະ​ທຳ “ລະ​ເມີດຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນທີ່ຮ້າຍແຮງ​, ໃນ​ນັ້ນ​ມີ​ກົດ​ໝາຍ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ສາ​ກົນ​, ພ້ອມ​ທັງ​ນາບ​ຂູ່​ໂດຍ​ກົງ​ບັນ​ດາ​ສິດອັນຊອບ​ທຳ ແລະ ບໍ່​ສາ​ມາດ​ຍຶດ​ເອົາ​ໄດ້​ຂອງ​ຊາວ ປາ​ແລດ​ສະ​ຕິນ​”. ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້​ກ່າວ​ເຕືອນການ​ກະ​ທຳ​ນີ້​ຈະ​ກໍ່​ຜົນ​ຮ້າຍ​ທີ່ຕາມມາຢ່າງ​ຮ້າຍ​ແຮງ​ພິ​ເສດ​, ເຮັດ​ໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ມຸ່ງ​ໄປ​ເຖິງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ເຂດຕາ​ເວັນ​ອອກ​ກາງ ອ່ອນ​ແອ​ລົງ​.

​ຖະ​ແຫຼງ​ການ​ຮ່ວມ​ກໍ່​ເນັ້ນ​ໜັກ​ວ່າ​: ເຂດ ກາ​ຊາ ແມ່ນ​ພາກ​ສ່ວນ​ໜຶ່ງ​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ຜືນ​ແຜ່ນ​ດິ​ນປາ​ແລດ​ສະ​ຕິນ ໄດ້​, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ ຄວາມ​ຈຳ​ເປັນ​ຕ້ອງ​ຮັກ​ສາ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບຂອງ​ບັນ​ດາ​ເຂດ​ດິນ​ແດນ ປາ​ແລດ​ສະ​ຕິນ​, ລວມ​ມີ​: ເຂດ ກາ​ຊາ ແລະ ຟາກ​ຕາ​ເວັນ​ຕົກ​ແມ່​ນຳ​້ ຈໍ​ແດນ​, ໃນ​ນັ້ນ​ມີ​ເຂດ Jerusalem ​ຕາ​ເວັນ​ອອກ.

ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄດ້​ຢັ້ງ​ຢືນ​ມາດ​ຕະ​ການ​ສອງ​ລັດ​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ​ເພື່ອ​ບັນ​ລຸ​ໄດ້​ສັນ​ຕິ​ພາບ​, ຄວາມ​ຍຸ​ຕິ​ທຳ ແລະ ຍາວ​ນານ​; ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​, ພິ​ເສດ​ແມ່ນ ສະພາຄວາມໝັ້ນຄົງ ສປຊ, ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບຢ່າງ​ຄົບ​ຖ້ວນ ເພື່ອ​ສະ​ກັດ​ກັ້ນ​ທຸກໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈັດ​ວາງ​ມາດ​ຕະ​ການ​ຕ່າງໆ​ກ່ຽວ​ກັບພູມ​ສາດຕົວຈິງ ແລະ ຂໍ້​ມູນ​ປະ​ຊາ​ກອນ​ໃໝ່ ຢູ່​ເຂດ​ດິນ​ແດນ ປາ​ແລດ​ສະ​ຕິນ ທີ່ຖືກຢຶດ​ຄວບ​ຄຸມ ແລະ ຮັບ​ປະ​ກັນ​ການ​ປະ​ຕິ​ບັດຕາມ​ກົດ​ໝາຍ​ສາ​ກົນ.