ວັນ​ທີ 23 ສິງ​ຫາ, ການ​ນຳ​ບັນ​ດາ​ປະ​ເທດ ເອີ​ລົບ​ເໜືອ - ບາ​ຕິກ (NB8) ແລະ ຢູ​ແກຼນ ໄດ້​ອ​ອກ​ຖະ​ແຫຼງ​ການ​ຮ່ວມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ ກີ​ແອັບ ຢ່າງ​ຮອບ​ດ້ານ. ຖະ​ແຫຼງ​ການ​ຮ່ວມ​ໄດ້​ຍົກ​ອອກມ​າ​ທີ່ກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ ຢູ​ແກຼນ ແລະ ບັນ​ດາ​ປະ​ເທດ ເອີ​ລົບ​ເໜືອ - ບາ​ຕິກ (NB8) ທີ່​ຈັດ​ຂຶ້ນ​ຢູ່ ກີ​ແອັບ.

ລະ​ອຽດ​ແມ່ນ, ຖະ​ແຫຼງ​ການ​ຮ່ວມ​ຢືນ​ຢັນ​ການ​ສະ​ໜັບ​ສະ​ໜູນ​ຂອງ NB8 ສຳ​ລັບ ກີ​ແອັບ ໃນ​ການ​ປະ​ທະ​ກັນ​ກັບ ລັດ​ເຊຍ, ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ດ້ານ​ການ​ເມືອງ, ການ​ທ​ະ​ຫານ, ການ​ເງິນ, ມະ​ນຸດ​ສະ​ທຳ, ເສດ​ຖະ​ກິດ; ພ້ອມ​ກັນ​ນັ້ນ, ກໍ່ສະ​ໜັບ​ສະ​ໜູນ​ຄືນ​ໃໝ່​ວິ​ວັດ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ສ​ນະ​ຫະ​ພາບ ເອ​ີ​ລົບ (ອີ​ຢູ) ຂອງ ກີ​ແອັບ, ລວມ​ທັງ​ເລື່ອງ​ເປິດ​ບັນ​ດາ​ກຸ່ມ​ເຈ​ລະ​ຈາ​ຄືນ​ໃໝ່ ໄວ​ທີ່​ສຸດ​ແມ່ນ​ໃນ​ເດືອນ ກັນ​ຍາ - ຕ​ຸ​ລາ 2026.

ໃນ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຖະ​ແຫຼງ​ການ​ຮ່ວມ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ ຢູ​ແກຼນ ເມື່ອ​ນຳ​ມາ​ເຊິ່ງ​ການ​ຮັບ​ປະ​ກັນ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຢ່າງ​ຮອບ​ດ້ານ​ໃນ​ໄລ​ຍະ​ຍາວ, ຊ່ວຍ​ໃຫ້ ຢ​ູ​ແກຼນ ສາ​ມາດ​ຮັກ​ສາ​ຄວາມ​ສາ​ມາດ​ປ້ອງ​ກັນ, ຜ​່ານ​ຜ່າສິ່ງທ້າທາຍໃນ​ລະ​ດູ​ໜາວ ແລະ ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ເຂົ້າ​ຮ່ວມ ເອີ​ລົບ.