ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:ອິນເຕີແນັດ

ກ່າວຄຳເຫັນເປີດກອງປະຊຸມ, ທ່ານ Kazuyoshi Umemoto ຫົວຫນ້າຄະນະເຈລະຈາຂອງຍີ່ປຸ່ນ ປາດຖະຫນາວ່າ ທີ່ກອງປະຊຸມຄັ້ງນີ້ ບັນດາປະເທດອາດຈະບັນລຸໄດ້ບາດກ້າວເດີນໃຫມ່ ມຸ່ງໄປເຖິງເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊິຟີກ ຊື່ງຄາດວ່າຈະ ດຳເນີນຢູ່ຫວຽດນາມໃນເດືອນພະຈິກຈະມາເຖິງ. ທ່ານ Kazuyoshi Umemoto ໄດ້ຢືນຢັນຄືນຄວາມສຳຄັນຂອງເລື່ອງສ້າງລະບົບການຄ້າເສລີ ແລະ ຫລາຍຝ່າຍໂດຍອີງໃສ່ບັນດາຂໍ້ກຳນົດເຂັ້ມງວດຢູ່ ອາຊີ ປາຊີຟິກ, ຖືວ່າລະບົບນີ້ ແມ່ນສອດຄອ່ງສຳລັບສະຕະວັດທີ 21 ຢ່າງແທ້ຈິງ.