ນັບແຕ່ວັນທີ 6 ຫາ ວັນທີ 8 ມີນາ, ຢູ່ຕາມສະຖານທີ່ປູຊະນີຍະສະຖານເຫວ້, ຖ້າແມ່ຍິງພາຍໃນ ແລະ ຕ່າງປະເທດ ນຸ່ງຊຸດເສື້ອຍາວໄປຢ້ຽມຢາມບັນດາສະຖານທີ່ຕ່າງໆ ຈະໄດ້ເຂົ້າຊົມໂດຍບໍ່ເສຍເງິນຊື້ປີ້ (ພາບ: moitruong.net.vn)

ຢູ່ແຂວງລອງອານ, ການນໍາ ສະຫະພັນແມ່ຍິງຫວຽດນາມ ແຂວງ ລອງອານ ພ້ອມກັບສະຫະພັນແມ່ຍິງຂັ້ນຕ່າງໆ ໄດ້ຈັດຕັ້ງຄະນະໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ພະນັກງານຂອງສະຫະພັນແມ່ຍິງອາຍຸການຕ່າງໆ, ຢ້ຽມຢາມແມ່ຍິງ ຜູ້ເປັນພະຍາດໜັກ, ເດັກນ້ອຍເຈັບປ່ວຍ ແລະ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ສ່ວນຢູ່ແຂວງເທື່ອທຽນເຫວ້, ທ່ານ ຟານງອັກເທາະ - ປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ຫາກໍອອກໜັງສືທາງລັດຖະການ ໂດຍໄດ້ຮຽກຮ້ອງໃຫ້ ສູນອະນຸລັກຮັກສາມໍລະດົກກຸງເກົ່າເຫວ້ ຍົກເວ້ັນຄ່າຊື້ປີ້ເຂົ້າຢ້ຽມຊົມເຂດປູຊະນີຍະສະຖານມໍລະດົກກຸງເກົ່າເຫວ້ ສໍາລັບ ແມ່ຍິງໃນທົ່ວປະເທດ ແລະ ສາກົນ ເມື່ອເຂົາເຈົ້ານຸ່ງຊຸດຍາວປະຈໍາຊາດຂອງຫວຽດນາມ. ຕາມນັ້ນແລ້ວ, ນັບແຕ່ວັນທີ 6 ຫາ ວັນທີ 8 ມີນາ, ຢູ່ຕາມສະຖານທີ່ປູຊະນີຍະສະຖານເຫວ້, ຖ້າແມ່ຍິງພາຍໃນ ແລະ ຕ່າງປະເທດ ນຸ່ງຊຸດເສື້ອຍາວໄປຢ້ຽມຢາມບັນດາສະຖານທີ່ຕ່າງໆ ຈະໄດ້ເຂົ້າຊົມໂດຍບໍ່ເສຍເງິນຊື້ປີ້.