ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (ອີຢູ)

(ພາບ: AFP/TTXVN)

ດັ່ງນັ້ນ, ທ່ານຫວັງວ່າ ບັນດາຝ່າຍອາດຈະບັນລຸໄດ້ບັນດາຄວາມກ້າວໜ້າໃນ 2 ເດືອນຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ທ່ານ Barnier ເນັ້ນໜັກວ່າ ຮອບເຈລະຈາຄັ້ງທີ 5 ໄດ້ເຮັດແຈ້ງຫຼາຍບັນຫາ, ແຕ່ຍັງບໍ່ທັນບັນລຸໄດ້ບັນດາຄວາມກ້າວໜ້າທີ່ມີລັກສະນະຕັດສິນ. ທ່ານໃຫ້ຮູ້ວ່າ ຈະແຈ້ງໃຫ້ກັບການນຳ ເອີລົບ ຊາບໃນກອງປະຊຸມສຸດຍອດ ອີຢູ ໃນວັນທີ 19 ແລະ 20 ຕຸລາ ຈະມາເຖິງກ່ຽວກັບການເຈລະຈາທີ່ຍັງບໍ່ທັນບັນລຸໄດ້ບັນດາ “ຄວາມກ້າວໜ້າຢ່າງຄົບຖ້ວນ” ພາຍຫຼັງ 5 ຮອບເຈລະຈາ ເພື່ອສາມາດຫັນມາເຈລະຈາກ່ຽວກັບການພົວພັນດ້ານການຄ້າກັບ ອັງກິດ ພາຍຫຼັງ Brexit.