|
(ພາບປະກອບ: AP) |
ວັນທີ 10 ຕຸລາ, ທ່ານປະທານສະພາເອີລົບ Donald Tusk ຢືນຢັນວ່າ, ກຸ່ມນີ້ພວມມານະພະຍາຍາມມຸ່ງໄປເຖິງເລື່ອງບັນລຸໄດ້ຂໍ້ຕົກລົງ, ພ້ອມທັງສະແດງໃຫ້ເຫັນຄວາມຫວັງວ່າ ຮອບເຈລະຈາຕ່າງໆມຸ່ງໄປເຖິງອະນາຄົດຂອງການພົວພັນດ້ານການຄ້າກັບອັງກິດ ຈະເລີ່ມເຄື່ອນໄຫວໃນເດືອນທັນວາ ຈະມາເຖິງ. ທ່ານເນັ້ນໜັກວ່າ, ອີຢູ ພວມມີເຈດຕະນາດີໃນການເຈລະຈາ ແລະ ຫວັງວ່າ ບັນດາການເຈລະຈາຈະບັນລຸບັນດາ “ບາດກ້າວຢ່າງຄົບຖ້ວນ” ເພື່ອເປີດຊ່ອງທາງໃຫ້ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າ 2 ຝ່າຍໃນອະນາຄົດໃນທ້າຍປີ.

