ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຮູ້ວ່າ ການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit, ລະຫວ່າງທ່ານນາງ Theresa May ແລະ ພັກສະຫະພັນປະຊາທິປະໄຕ (DUP), ເຊິ່ງເປັນພັກການເມືອງທີ່ໃຫຍ່ສຸດຂອງ ອຽກລັງເໜືອ ຖືກດໍາເນີນໃນວັນທີ 18 ມີນາ. ເມື່ອຖືກຖາມກ່ຽວກັບບັນດາຂໍ້ມູນຂ່າວສານທີ່ວ່າ ສະມາຊິກລັດຖະສະພາຈໍານວນໜຶ່ງ ຈະສະໜັບສະໜູນຂໍ້ຕົກລົງຂອງທ່ານນາງ Theresa May ຖ້າຫາກທ່ານນາງກໍານົດວັນເວລາຈະລາອອກຈາກຕໍາແໜ່ງ, ໂຄສົກຄົນດັ່ງກ່າວໃຫ້ຮູ້ວ່າ ທ່ານນາງນາຍົກລັດຖະມົນຕີເອົາໃຈໃສ່ເຖິງເລື່ອງນໍາຂໍ້ຕົກລົງ Brexit ໄດ້ຮັບຮອງເອົາໃນການປ່ອນບັດທີ່ຈະຈັດຂຶ້ນໃນວັນທີ 20 ມີນາ ຈະມາເຖິງ ເປັນຕົ້ນຕໍ. ເຈົ້າໜ້າທີ່ຄົນດັ່ງກ່າວກໍໃຫ້ຮູ້ວ່າ ຈະບໍ່ດໍາເນີນການເຈລະຈາເພີ່ມເຕີມໃດໆ ກັບອີີຢູ ຕື່ມອີກ ກ່ຽວກັບ ມາດຕາຮັບປະກັນຊາຍແດນເປີດລະຫວ່າງ ອຽກລັງ (ສະມາຊິກຂອງ ອີຢູ) ກັບ ອຽກລັງເໜືອ.