ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: AFP/TTXVN)

ວັນທີ 04 ຕຸລາ, ສຳນັກຂ່າວສານ BBC ໃຫ້ຂ່າວວ່າ, ໃນສຳເນົາເອກະສານທີ່ຍື່ນຕໍ່ສານຢູ່ Scotland, ລັດຖະບານ ອັງກິດ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ເຫັນດີຕໍ່ເລື່ອງສົ່ງຈົດໝາຍເຖິງ ອີຢູ ສະເໜີໂຈະ Brexit. ສຳເນົາເອກະສານຊີ້ແຈ້ງວ່າ: ໃນກໍລະນີບໍ່ມີເງື່ອນໄຂໃດທີ່ວາງອອກມານັ້ນໄດ້ຮັບການເຫັນດີ, ທ່ານ Boris Johnson ຈະສົ່ງຈົດໝາຍເຖິງ ອີຢູ ຊ້າທີ່ສຸດແມ່ນວັນທີ 19 ຕຸລາ 2019.