ບັນດາຄວາມມານະພະຍາຍາມຊອກຫາເຮືອທີ່ຖືກຫາຍສາບສູນຢູ່ເຂດຝັ່ງທະເລເກາະ Lampedusa ຂອງປະເທດ ອີຕາລີ ໃນນັ້ນໄດ້ຂົນສົ່ງໂດຍສານ 40 ຄົນເຊິ່ງເປັນຊາວອົບພະຍົບ ຍັງໄດ້ສືບຕໍ່ດຳເນີນໄປໃນວັນທີ 14 ມັງກອນ, ແຕ່ບໍ່ບັນລຸຜົນສຳເລັດເທື່ອ. ພາຍຫຼັງເວລາ 17 ຊົ່ວໂມງທີ່ຜັນຂະຫຍາຍເຮືອບິນຊອກຫາ 3 ຖ້ຽວ, ອົງການຕິດຕາມກວດກາເຂດຊາຍແດນຂອງ ສະຫະພາບເອີລົບ (EU) Frontex, ຍັງບໍ່ທັນພົບເຫັນສັນຍານໃດໆກ່ຽວກັບຜູ້ຖືກຫາຍສາບສູນ.

ບັນດາຄວາມມານະພະຍາຍາມຊອກຫາ ແລະ ກູ້ໄພກູ້ຊີບໄດ້ເລີ່ມດຳເນີນພາຍຫຼັງທີ່ Alarm Phone - ກຸ່ມໜູນຊ່ວຍເອກະລາດໃຫ້ສຳລັບບັນດາຊາວອົບພະຍົບຂ້າມທະເລ ເມດີເຕຣາເນ ໄປຍັງບັນດາປະເທດ EU - ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສາມາດຕິດຕໍ່ພົວພັນກັບຄົນໃນກ່ຳປັ່ນລຳນີ້ແຕ່ວັນທີ 12 ມັງກອນ.