ນີ້ແມ່ນສານຂໍ້ຄວາມໂດຍທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ໄດ້ເອົາລົງໃນສື່ສັງຄົມອອນໄລ ໃນວັນທີ 18 ມິຖຸນາ, ພ້ອມດ້ວຍພາບຖ່າຍເອກະສານທີ່ມີລາຍເຊັນຂອງທ່ານ, ພ້ອມດ້ວຍລາຍເຊັນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Shehbaz Sharif, ນາຍົກລັດຖະມົນຕີ ປາກິດສະຖານ, ປະເທດສວມບົດບາດເປັນກາງໄກ່ເກ່ຍ.
ສ່ວນຝ່າຍ ອາເມລິກາ, ກໍໃນວັນດຽວກັນ, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ໄດ້ຢັ້ງຢືນວ່າ ວັນທີ 18 ມິຖຸນາ ແມ່ນມື້ທຳອິດຂອງໄລຍະ 60 ວັນເຈລະຈາມຸ່ງໄປເຖິງຂໍ້ຕົກລົງກັບ ອີຣານ, ໂດຍອີງໃສ່ຈຸດເວລາລົງນາມໃນບົດບັນທຶກຄວາມເຂົ້າໃຈ MoU ແລະ ບົວໂມງຂອງບັນດາຝ່າຍທີ່ກ່ຽວຂ້ອງ.
ກໍໃນວັນດຽວກັນ, ກອງທັບເຮືອ ອາເມລິກາ ໄດ້ຍົກເລີກຄຳສັ່ງປິດລ້ອມສຳລັບບັນດາທ່າກ່ຳປັ່ນ ແລະ ເຂດແຄມທະເລຂອງ ອີຣານ ຕາມຄຳຊີ້ນຳຂອງທ່ານປະທານາທິບໍດີ Donald Trump.
ພາຍຫຼັງບັນດາຖະແຫຼງການຢ່າງເປັນທາງການຂອງບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບ “ບົດບັນທຶກຄວາມເຂົ້າໃຈ Islamabad”, ໃນວັນທີ 18 ມິຖຸນາ ຫຼາຍປະເທດໄດ້ສະແດງຄວາມຊົມເຊີຍຕໍ່ເອກະສານດັ່ງກ່າວ.
