ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: AFP/TTXVN)

ກ່າວຄຳເຫັນໃນວັນທີ 21 ກຸມພາ, ທີ່ການປຶກສາຫາລືຂັ້ນລັດຖະມົນຕີສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບບັນດາຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ, ປະຊາຄົມສາກົນພວມສະຫງວນເວລາ ແລະ ແຫຼ່ງກຳລັງຢ່າງຫຼວງຫຼາຍ ເພື່ອຮັບມືກັບບັນດາວິກິດການຫຼາຍກວ່າການສະກັດກັ້ນມັນ. ຕາມທ່ານແລ້ວ, ຄວນປັບປຸງຄວາມດຸ່ນດ່ຽງວິທີການສຳພັດສຳລັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ພ້ອມກັນນັ້ນ, ທ່ານກໍ່ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງຊ່ວຍເຫຼືອບັນດາປະເທດທີ່ສະກັດກັ້ນຄວາມສ່ຽງຈະເກີດວິກິດການ ກໍຄືຄວາມສຳຄັນຂອງເລື່ອງຮັກສາຄຳໝັ້ນສັນຍາຢ່າງຄົບຖ້ວນຕໍ່ກັບບັນດາສິດຂອງມະນຸດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນບັນດາຄວາມມານະພະຍາຍາມແຫ່ງການສ້າງສັນ ແລະ ປົກປັກຮັກສາສັນຕິພາບ.