ວັນທີ 17 ສິງຫາ, ບົດບັນທຶກຊ່ວຍຈຳ Islamabad ເພື່ອຢຸດຕິການປະທະກັນລະຫວ່າງ ອາເມລິກາ ແລະ ອີຣານ ໝົດຜົນສັກສິດຢ່າງເປັນທາງການພາຍຫຼັງເວລາ 60 ວັນ. ເຖິງຢ່າງໃດກໍ່ຕາມ, ມາຮອດຈຸດເວລານີ້, 2 ຝ່າຍຍັງບໍ່ທັນບັນລຸໄດ້ບາດກ້າວຄືບໜ້າເພື່ອເຊື່ອນຕໍ່ການເຈລະຈາ, ເອກະສານໃນຕົວຈິງຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ ພາຍຫຼັງເປັນເວລາຫຼາຍອາທິດບັນດາຝ່າຍໄດ້ກ່າວຫາກັນລະເມີດບັນດາຄຳໝັ້ນສັນຍາ.
ເຖິງວ່າບົດບັນທຶດຊ່ວຍຈຳ Islamabad ໄດ້ໝົດຜົນສັກສິດໃນວັນທີ 18 ສິງຫາ ກໍ່ຕາມ, ແຕ່ 2 ຝ່າຍມີການສັງເກດທີ່ແຕກຕ່າງກັນຕໍ່ຄວາມໝາຍຂອງຂໍ້ຕົກລົງນີ້. ວັນທີ 14 ສິງຫາ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ຖືວ່າ ເນື້ອໃນໃນບົດບັນທຶກຊ່ວຍຈຳດັ່ງກ່າວແມ່ນ “ຢຸດຕິສົງຄາມ, ຫາກບໍ່ແມ່ນຂໍ້ຕົກລົງຢຸດຍິງ”. ນອກນັ້ນ, ຍ້ອນຝ່າຍ ອາເມລິກາ ໄດ້ລະເມີດບົດບັນທຶກຊ່ວຍຈຳ Islamabad ແລະ ສືບຕໍ່ດຳເນີນບັນດາການບຸກໂຈມຕີ, ສະນັ້ນ “ບໍ່ມີຄຳສັ່ງຢຸດຍິງໃນເວລາ 60 ວັນໃດທີ່ຕ້ອງໄດ້ຕໍ່ກຳນົດເວລາ”.
ສ່ວນຝ່າຍ ອາເມລິກາ, ໃນວັນດຽວກັນ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ໄດ້ສ້າງແຜນການທາງການຖະແຫຼງຊ່ອງແຄບທະເລ Hormuz ແມ່ນຜືນແຜ່ນດິນຂອງ ອາເມລິກາ.
