ເມື່ອແລກປ່ຽນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ແຂວງ ອານຢາງ ແລະ ບັນດານັກລົງທຶນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟ້າມຢາຕູກ ເນັ້ນໜັກວ່າ: ຫວຽດນາມ ໄດ້ປະສົບຜົນສຳລັດໃນການຈັດກອງປະຊຸມສຸດຍອດ APEC ເປັນ​ສອງ​ຄັ້ງ (ປີ 2006 ແລະ 2017) ແລະ ມີບົດຮຽນຫຼາຍຢ່າງໃນວຽກງານການກະກຽມ, ຈັດຕັ້ງບັນດາເຫດການສາກົນໃຫຍ່. ດັ່ງນັ້ນ, ໃນການເປັນເຈົ້າພາບຄັ້ງທີ 3 ນີ້ ຕ້ອງສືບຕໍ່ເສີມຂະຫຍາຍບັນດາບົດຮຽນປະສົບການນັ້ນ, ພ້ອມທັງທາບທາມບັນດາບົດຮຽນຈາກສາກົນເພື່ອຍົກສູງຄຸນນະພາບການຈັດຕັ້ງ.

ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ການຜັນຂະຫຍາຍບັນດາໂຄງການ, ກິດຈະກຳດ້ານພື້ນຖານໂຄງລ່າງ ຮັບໃຊ້ APEC 2027 ແມ່ນໜ້າທີ່ສຳຄັນ​ທີ​່​ສຸດ, ຮີບເຮັ່ງ, ເຊິ່ງພັກ, ລັດ ໄດ້ເອົາໃຈໃສ່, ຊີ້ນຳ. ບັນດາກິດຈະກຳບໍ່ພຽງແຕ່ຮັບໃຊ້ການຈັດຕັ້ງ APEC 2027 ເທ່ົານັ້ນ ຫາກຍັງຮັບໃຊ້ການພັດທະນາຂອງ ຟູກວັກ ແລະ ປະເທດຊາດໃນຊຸມປີຕໍ່ໄປອີກດ້ວຍ.

ຂໍ້ມູນເພິ່ມເຕີມ: ຕາມການລາຍງານຂອງແຂວງ ອານຢາງ ແລ້ວ, ໃນຈຳນວນ 21 ກິດຈະກຳຈຸດສຸມຮັບໃຊ້ APEC 2027, ມາຮອດປະຈຸບັນ ຫຼາຍກິດຈະກຳໄດ້ຜັນຂະຫຍາຍຖືກກັບຄວາມຄືບໜ້າ. ແຂວງວາງເປົ້າໝາຍໂຄງການສຸດທ້າຍຈະສຳເລັດໃນວັນທີ 31 ພຶດສະພາ 2027, ໄວກວ່າ 6 ເດືອນເມື່ອທຽບໃສ່ເວລາຈັດຕັ້ງ APEC 2027.