ຕ​ອ​ນ​ບ່າຍ​ວັນ​ທີ 07 ສິງ​ຫ​​າ, ຢູ່ ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ​່າງ​ມະ​ຕິ​​ທີ່ກຳ​ນົດ​ກົນ​ໄກ, ນະ​ໂຍ​ບາຍ​ຈຳ​ສະ​ເພາະ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຕິດ​ຂັດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ​​ສຸດຍອດ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC 2027) ຢູ່​ເຂດ​ພິ​ເສດ​ ຝູກວັກ, ແຂວງ ອານ​ຢາງ.

ຮ່າງ​ກົດ​ໝາຍ​ໄດ້​ສ້າງ​ຂຶ້ນ​ເພື່ອ​ສ້າງ​ພື້ນ​ຖານ​ນິ​ຕິ​ກຳ​​ແນ​ໃສ່ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂ​ໍ້​ຕິດ​ຂັດ​​ທີ່​ເກີດ​ຂຶ້ນ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມຢ່າງ​ທັນ​ການ. ເລື່ອງ​ປະ​ກາດ​ໃຊ້​ມະ​ຕິ​ເພື່ອ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​​ເພື່ອກໍ່​ສ້າງ​ສຳ​ເລັດ​ບັນ​ດາ​ກິດ​ຈະ​ກຳ, ສ້າງ​ເງື່ອນ​ໄຂ​ຈັດ​ສັບ​ປະ​ດາສຸດຍອດ APEC 2027 ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ, ຜ່ານນັ້ນ, ຢືນ​ຢັນ​ທີ່​ຕັ້ງ, ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ເຂດ​ພິ​ເສດ ຝູກວັກ, ແຂວງ ອານ​ຢາງ ກໍ​ຄື​ຂອງ​ທົ່ວ​ປະ​ເທດ.