ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາງ ເຈືອງທິມາຍ ສະເໜີໃຫ້ການນໍາແຂວງ ນິງທ້ວນ ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ເສີມຂະຫຍາຍສິດເປັນເຈົ້າ, ຮັບປະກັນຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທໍາຂອງປະຊາຊົນໃນການເຂົ້າຮ່ວມການຕິດຕາມກວດກາວຽກງານຂອງອໍານາດການປົກຄອງ; ເອົາໃຈໃສ່ເປັນພິເສດເຖິງການກວດກາ, ແກ້ໄຂຄໍາຮ້ອງຂໍ້ຄວາມເປັນທໍາ, ການສ່ອງແສງຂອງປະຊາຊົນ, ບໍ່ປະໃຫ້ເກີດບັນດາບັນຫາຮ້ອນເຮັ່ງ, ສັບສົນ ແລະ ແກ່ຍາວ. ພ້ອມກັນນັ້ນ, ບັນດາອົງການ, ຫົວໜ່ວຍຂອງແຂວງ ຕ້ອງບູລະນະກົງຈັກການຈັດຕັ້ງໃຫ້ສົມບູນແບບ; ເອົາໃຈໃສ່່ເຖິງການບໍາລຸງສ້າງ, ການຈັດແບ່ງນໍາໃຊ້ພະນັກງານຂົນຂວາຍປະຊາຊົນ; ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ, ຄົ້ນພົບ, ທະວີຄູນບັນດາຕົວແບບກ້າວໜ້າໃນວຽກງານຂົນຂວາຍປະຊາຊົນ, ສືບຕໍ່ປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງເປັນປະຈໍາ.