ກອງປະຊຸມເຈລະຈານະໂຍບາຍ “ຮັບປະກັນສິດໄດ້ຮັບການປົກປ້ອງຂອງເດັກນ້ອຍພົ້ນອອກຈາກບັນດາຮູບການຈຳແນກການປະພຶດ” (ພາບ: ອິນເຕີແນັດ) |
ສົມທົບກັນຈັດຕັ້ງກອງປະຊຸມເຈລະຈານະໂຍບາຍ “ຮັບປະກັນສິດໄດ້ຮັບການປົກປ້ອງຂອງເດັກນ້ອຍຫລຸດພົ້ນອອກຈາກບັນດາຮູບການຈຳແນກການປະພຶດ”.
ກອງປະຊຸມເຈລະຈາ ແນໃສ່ຈຸດປະສົງຍົກສູງຄວາມຮັບຮູ້ໃຫ້ບັນດາພໍ່ແມ່, ຜູ້ເບິ່ງແຍງເດັກ, ຄູອາຈານ, ນັກຂ່າວ, ພະນັກງານທີ່ປະຕິບັດວຽກງານປົກປ້ອງເດັກ ແລະ ເດັກນ້ອຍກ່ຽວກັບສິດໄດ້ຮັບການປົກປ້ອງຫລຸດພົ້ນອອກຈາກບັນດາຮູບການຈຳແນກການປະພຶດຂອງເດັກນ້ອຍ; ພ້ອມທັງ ສະເໜີແນະ ແລະ ແລກປ່ຽນກ່ຽວກັບບັນດາຂໍ້ລິເລີ່ມ, ມາດຕະການກໍ່ສ້າງ, ປັບປຸງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ແລະ ຊຸກຍູ້ການປະຕິບັດບັນດານະໂຍບາຍ, ກົດໝາຍກ່ຽວກັບການຮັບປະກັນສິດຂອງເດັກນ້ອຍຢ່າງມີປະສິດທິຜົນ.

