
(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄວາມເຫັນທີ່ກອງປະຊຸມ)
“ຂ້າພະເຈົ້າສະເໜີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບອຳນາດການປົກຄອງທຸກຂັ້ນ ສ້າງເງື່ອນໄຂດີກວ່າໃຫ້ແກ່ການເຄື່ອນໄຫວຂອງສະມາຄົມ. ສ້າງເງື່ອນໄຂໃຫ້ສະມາຄົມເຂົ້າຮ່ວມການສ້າງນະໂຍບາຍ, ຕິດຕາມກວດກາການປະຕິບັດກົດໝາຍ ແລະ ບັນດານະໂຍບາຍຂອງລັດກ່ຽວກັບຄົນພິການ ແລະ ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າສະເໜີ ແລະ ຮຽກຮ້ອງປະຊາຄົມວິສາຫະກິດ ແລະ ຊາວ ຫວຽດນາມ ທຸກຄົນ ເສີມຂະຫຍາຍມູນເຊື້ອຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງໜ້າເຂົ້າຮ່ວມການໜູນຊ່ວຍ ແລະ ປົກປ້ອງຄົນພິການ ແລະ ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ “.
ກອງປະຊຸມໃຫຍ່ຄັ້ງນີ້ໄດ້ເລືອກຕັ້ງຄະນະບໍລິຫານງານປະກອບມີ 73 ຄົນ. ທີ່ກອງປະຊຸມຄະນະບໍລິຫານງານຊຸດທີ V ຄັ້ງທຳອິດ, ທ່ານ ເລືອງຟານກື່, ຮອງປະທານສູນກາງສະມາຄົມຊຸດທີ IV ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມ.
