![]() ທ່ານ Mark Carney ຜູ້ວ່າການທະນາຄານສູນກາງອັງກິດ
ພາບ:Getty Images |
(vovworld)- ວັນທີ 11/1 ກ່າວຄຳເຫັນຕໍ່ ກຳມາທິການການເງິນສະພາຕ່ຳອັງກິດ, ທ່ານ Mark Carney ຜູ້ວ່າການທະນາຄານສູນກາງອັງກິດ ໄດ້ຢືນຢັນວ່າ : Brexitບໍ່ແມ່ນຄວາມສ່ຽງໃຫຍ່ສຸດສຳລັບຄວາມສະຖຽນລະພາບດ້ານການເງິນຂອງອັງກິດ. ຕາມທ່ານ Carney ແລ້ວ, ບັນດາການນາບຂູ່ ຈາກ Brexit ໄດ້ຫລຸດຜ່ອນສ່ວນຫນຶ່ງ ຍ້ອນມີບັນດາມາດຕະການ ຊື່ງທະນາຄານສູນກາງອັງກິດ ໄດ້ນຳໃຊ້ໃນໄລຍະຜ່ານມາ ເພື່ອຫລຸດຜ່ອນບັນດາການກະທົບໄຮ້ປະໂຫຍດເຖິງຕະຫລາດ ພາຍຫລັງ ຊາວອັງກິດ ປ່ອນບັດຖອນອອກຈາກ EU. ທ່ານ Carney ກໍໃສ່ໃຈວ່າ ບັນດານັກວາງແຜນນະໂຍບາຍຂອງ ອັງກິດ ແລະ EU ຄວນມີຄວາມລະມັດລະວັງບັນດາການກະທົບຂອງວິວັດການອັງກິດ ຖອນອອກຈາກ EU, ໃນນັ້ນ ການສົ່ງຜົນກະທົບຕໍ່ຄວາມສະຖຽນລະພາບດ້ານການເງິນຂອງ EU ໄດ້ຮັບການຕີລາຄາວ່າແມ່ນຫນັກຫນ່ວງກວ່າເມື່ອທຽບໃສ່ ອັງກິດ.

.jpg)