ໂດຍ​ສືບ​ຕໍກອງ​ປະ​ຊຸມ​ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ຕອນ​ເຊົ້າ​ວັນ​ທີ 24ຕຸ​ລາ, ສະ​ພາ​ແຫ່ງ​ຊາ​ດ​ໄດ້​ປຶກ​ສາ​ຫາ​ລື​ເປັນ​ກຸ່ມ​ຕໍ່ 3 ຮ່າງ​ກົດ​ໝາຍ: ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ ແລະ ໝູ່​ເກາະ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີບ​ບາງ​ມາ​ດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ; ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່​າ​ດ້ວຍ​ການ​ລົງ​ທຶນ.

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກວ່າ​ການ​ໂຍະ​ຍານ​ນີ້​ໂດຍ​ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະຖືກ​ຕ້ອງ​ຕາມ​ກົດ​ໝາຍ, ເປັນ​ເອ​ກະ​ພາບ ຂອງ​ລະ​ບົບ​ກົດ​ໝາຍ ແລະ ສອດ​ຄ່ອງ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ພ້ອມ​ທັງ​ຕິດ​ພັນ​ ​ບັນ​ດາ​ບຸ​ລິ​ມະ​ສິດ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ.