ໃນ​ຊຸມມື້ນີ້ ທົ່ວ​ປະ​ເທດ​ພວມ​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ​ທີ 2 ກັນ​ຍາ ຢ່າງ​ຟົດ​ຟື້ນ, ຢູ່​ຫຼາຍ​ທ້ອງ​ຖິ່ນໃນ​ເຂດ​ພູ​ສູງ ໄຕ​ບັກ ເຕັມ​ໄປ​ດ້ວຍ​ຄວາມ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​​ດ້ວຍ​ທຸງ​ຊາດ, ດອ​ກ​ໄມ້, ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ແລະ ຄຶກ​ໂຄມໄປດ້ວຍບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ກິ​ລາ, ທ່ອງ​ທ່ຽວ​. ຈາກ ມົກ​ເຈົາ (ເຊີນ​ລາ) ຕະ​ຫຼອດ​ຮອດ ທານ​ອຽນ (ລາຍ​ເຈົາ), ບຸນ​ເຕັດ ດົກ​ເລິບ (ບຸ​ນ​ເຕ​ັດ​ເອ​ກະ​ລາດ) ໄດ້​ກາຍ​ເປັນ​ໂອ​ກາດ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄດ້​ພົບ​ປະ​ກັນ, ເຂົ້າ​ຮ່ວມ​ງານ​ບຸນ ແລະ ແນະ​ນຳ​​ວັດ​ທ​ະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບ້ານ​ເກີດ​ເມືອງນອນ.

ເອື້ອຍ ຊຸ່ງ​ທິ​ໂຕ້ງ, ຊາວ​ເຜົ່າ ມົ້ງ​ ຢູ່​ຕາ​ແສງ ງ​ອັກ​ຈຽນ, ແບ່ງ​ປັນ​ວ່າ:

“​ຂ້າ​ພະ​ເຈົ້າ​ອາ​ໄສ​ຫ່າງ​ຈາກເຂດນີ້ກວ່າ 100 ກມ ແລະ ໄດ້​ກະ​ກຽມ​ບັນ​ດາ​ຊ​ຸດ​ອາ​ພ​ອມ​​ທີ່ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຕາ​ແສງ ງ​ອັກ​ຈຽນ. ຊ​ຸດ​ກະ​ໂປງນີ້ຂ້າ​ພະ​ເຈົ້າຖັກ​ແສ່ວ​ເອງ​ໃນ​ໄລ​ຍະເວ​ລາກວ່າ 1 ປີ. ເປັນ​ຄັ້ງ​ທຳ​ອິດ ຂ້າ​ພະ​ເຈົ້າ​ໄດ້​ມາ ມົກ​ເຈົາ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ຫຼາຍ​ຄົນ. ຕະ​ຫຼາດ ມົກ​ເຈົາ ຄຶກ​ຄັກຫຼາຍ​. ຂ້າ​ພະ​ເຈົ້າຮູ້​ສຶກປິ​ຕິ​ຊົມ​ຊື່ນ​ທີ​ສຸດ”.

ເນື່ອງ​ໃນ​ໂອ​ກາດນີ້, ຢູ່​ສະ​ໜາມ​ຫຼວງ 8/5, ຕາ​ແສງ ມົກ​ເຈົາ, ໃນ​ຂ​ອບ​ເຂດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ ມົກ​ເຈົາ ປີ 2026 ຍັງ​ຈັດຫຼາຍ​ກິດ​ຈະ​ກຳທີ່​ຟົດ​ຟື້ນ​ມ່ວນ​ຊື່ນ, ໃນ​ນັ້ນ​ມີງານ​ລາ​ຕີ​ຜ້າ​ທໍ​​ພື້ນ​ເມືອງສາ​ກົນ ເຊີນ​ລາ ປີ 2026, ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 31 ສິງ​ຫາ.

ສ່ວນ​ຢູ່​ເຂດດ​ິນ​ແດນ ທານ​ອຽນ, ແຂວງ ລາຍ​ເຈົາ. ບຸນ​ເຕັດ​ເອ​ກະ​ລາດ​ປີນີ້​ໄດ້​ຈັດ​ຂຶ້ນ​ໃນ 5 ວັນ, ແຕ​່​ວັນ​ທີ 29 ສິງ​ຫາ ຮອດ​ວັນ​ທີ 02 ກັນ​ຍາ, ດ້ວຍ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ກິ​ລາ, ທ່ອງ​ທ່ຽວຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ອັນ​ໄດ້ດຶງ​ດູດ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວ​ນ​ຫຼາຍ​ເຂົ້າ​ຮ່ວມ​ບັນ​ດາ​ກິດ​ຈະ​ກຳ, ຄື: ງາ​ນ​ຕະ​ຫຼາດ​ນັດ ຕາ​ມຸງ, ການ​ແຂ່ງ​ຂັນ​ແລ່ນ, ​ການ​ຊ່ວງ​ເຮືອ…