ແຕ່​ປີ 2004, ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ ຈີນ - ອາ​ຊຽນ ໃນແຕ່ລະ​ປີ​.

​ໃນງານ​ຕະ​ຫຼາດ​ນັດ​ປີ​ນີ້​, ເຂດ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ມີ​ຂອບ​ຂະ​ໜາດ​ໃຫຍ່ທີ່​ສຸດ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ​, ດ້ວຍ​ຈຳ​ນວນ​ວິ​ສາ​ຫະ​ກິດ​, ຫົວ​ໜ່ວຍ 120 ແຫ່ງ​ມາ​ຈາກ 22 ແຂວງ​, ນະ​ຄອນ ໃນ​ທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ​. ໂດຍໄດ້​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດຫຼາຍ​ຄັ້ງ​, ທ່ານ​ນາງ ຫງວຽນ​ທິ​ທູ​ຮ່າ​, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ແຫ່ງ​ໜຶ່ງ​ຂອງ ຫວຽດ​ນາມ ໄດ້​ແບ່ງ​ປັນ​ວ່າ​:

“​ຍ້ອນ​ມີການ​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​, ລູກ​ຄ້າ​ອາດ​ສາມາດໄດ້​ສຳ​ຜັດ​ກັບ​ສິນ​ຄ້າ​ໂດຍ​ກົງ ແລະ ຕີ​ລາ​ຄາ​ຂັ້ນ​ຕອນ​ການ​ຜະ​ລິດ​ຂອງ​ວິ​ສາ​ຫະ​ກິດ​. ການ​ຕີ​ລາ​ຄາ​ກະທົບຕອບຄືນຂອງ​ເຂົາ​ເຈົ້າ​ ແມ່ນມີຄວາມຕັ້ງ​ໜ້າທີ່ສຸດ ແລະ ມີ​ຫຼາຍ​ຄູ່​ຮ່ວມ​ມື​ສະ​ແດງ​ຄວາມ​ຫວັງ​ຢາກ​ຮ່ວມ​ມື​ຍາວ​ນານ​ກັບ​ພວກ​ຂ້າ​ພະ​ເຈົ້າ​”.

​ປະ​ຈຸ​ບັນ​, ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ສຸດ​ຂອງ​ແຂວງ ກວາງ​ຊີ ໃນ​ຕະ​ຫຼອດ 27 ປີ​ຢ່າງ​ລຽນ​ຕິດ​, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລື່ນ​ກາຍ​ລະ​ດັບ 300 ຕື້​ຢວນ (ເທົ່າ​ກັບ 44,7 ຕື້​ໂດລາ​ສະ​ຫະ​ລັດ​) ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2025.