ລາຍ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລົດ​ແຫ່ດອກ​ໄມ້ 10 ຄັນ, ມີ​ນັກ​ສິ​ລະ​ປິນ, ນັກ​ສິ​ລະ​ປະ​ການ, ນັກ​ສະ​ແດງ ພ້ອມ​ກັບ​ຄະ​ນະ​ນັກ​ສີ​ລະ​ປະ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດກວ່າ 1.500 ຄົນ. ບັນ​ດາ​ຄະ​ນະ​ເດີນ​ຂະ​ບວນ​ມາ​ຈາກ ລາວ, ສ.ເກົາ​ຫຼີ, ລັດ​ເຊຍ ແລະ ວາ​ນູ​ຕົວ ໄດ້​ສະ​ແດງ​ຫຼາຍ​ລາຍ​ການ​ຮ້ອງ​ລຳ​ທຳ​ເພງ, ຟ້ອນ, ສີ​ລິ​ປະ​ທ້ອງ​ຖະ​ໜົນ​ທີ່​ຟົດ​ຟື້ນ, ສ້າງ​ສີ​ສັນ​ພົບ​ປະ​ແລກ​ປ່ຽນ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ຢູ່​ເຂດ​ທະ​ເລ ຍາ​ຈາງ.

Carnival ທ້ອງ​ຖະ​ໜົນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ຂອງ Festival ທະ​ເລ ແຄັງ​ຮ່​ວາ 2026. ລາຍ​ການ​ຈັດ​ຂຶ້ນ​ເພື່ອ​ສ້າງ​ຜະ​ລິດ​ຕະ​ພັນ​ດ້ານ​ວັ​ດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ຍາ​ມ​ຕອນ​ຄ່ຳຕື່ມ​ອີກ, ພ້ອມ​ກັນ​ນັ້ນ​ໂຄ​ສະ​ນາ​ພາບ​ພົດ​ເຂດ​ດິນ​ແດນນີ້​ເຖິງ​ເພື່ອ​ມ​ມິດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ຜ່ານ​ສ​ິ​ລະ​ປະ, ດົນ​ຕີ ແລະ ບັນ​ດາ​ລົດ​ດອດ​ໄມ້​ມີ​ຂອບ​ຂະ​ໜາດ​ໃຫຍ່, ລາຍ​ການ​ຢາກ​ສົ່ງ​ສານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາມໍ​ລະ​ດົກ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້​ອມ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.