ເວ​ທີ​ປາ​ໄສເສດ​ຖະ​ກິດ​ນະ​ຄອນ​ຫຼວງ​ຄັ້ງ​ທີ 2 - Capital Economic Forum (CEF II 2026) ດ້ວຍ​ຫົວ​ຂໍ້ “ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ - ຊຸກ​ຍູ້ M&A, ລົງ​ທຶນ ແລະ ຮ່ວມ​ມື, ຍົກ​ສູງການ​ຜ​ະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ເຂົ້າ​ຮ່ວມ​ລະ​ບົບ​ມ​ູນ​ຄ່າ​ທົ່ວ​ໂລກ” ໂດຍ​ສະ​ຫະ​ສະ​ມາ​ຄົມ​ວິ​ສ​າ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ນະ​ຄອນ ຮ່າ​ໂນ້ຍ (HANOISME) ຈັດ​ຂຶ້ນໃນ​ຕອນ​ບ່າຍ​ວັນ​ທີ 27 ສິງ​ຫາ, ຢູ່ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂເວ​ທີ​ປາ​ໄສ, ທ່ານສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ມາກກວັກ​ແອັງ, ຮອງ​ປະ​ທານ​ທັງ​ເປັນ​ເລ​ຂາ​ທິ​ການ HANOISME, ຊີ້​ແຈ້ງ​ວ່າ ​ໂດຍ​ສືບ​ທອດ​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ນະ​ຄອນ​ຫຼວງ​ຄັ້ງ​ທີ 1, ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ນະ​ຄອນ​ຫຼວງ​ຄັ້ງ​ທີ 2 ສຸມ​ໃສ່​ຊອກ​ຫາ​ມາດ​ຕະ​ການເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ຜ່ານ​ຜ່າ​ບັນ​ດາ​ຂໍ້​ກ​ຳ​ນົດ​ກ່ຽວ​ກັບ​ຂອບ​ຂະ​ໜາດ, ທຶນ, ເຕັກ​ໂນ​ໂລ​ຊີ, ການ​ຄຸ​້ມ​ຄອງ ແລະ ຕະ​ຫຼາດ ເພື່ອ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ.

ທີ່​ເວ​ທີ​ປາ​ໄສ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້​ອຍ ແລະ ກາງ​ມີ​ໂອ​ກາດ​ພົບ​ປະ​ກັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ທະ​ນາ​ຄານ, ບໍ​ລິ​ສັດຫຼັກ​ຊັບ, ກອງ​ທຶນ​ລົງ​ທຶນ, ອົງ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ຄູ່​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ… ທ່ານ ບຸຍ​ແມ້ງ​ຕວ່ານ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ Vietnox, ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ທະ​ນາ​ຄານ Agribank ສາ​ຂາ ລ໊າງ​ຮະ ເປັນ​ເວ​ລາກວ່າ 10 ປີ​ແລ້ວ ແລະ ທຸກວຽກ​ງານ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. Agribank ສາ​ຂາ ລ໊າງ​ຮະ ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ກົນ​ໄກ​ກູ້​ຢືມ​ທຶນ​ໃຫ້​ແກ່​ການ​ນຳ​ເຂົ້າ ສົ່ງ​ອອກອາດ​ສາ​ມາດ​ຫຼຸດ​ລາຍ​ຈ່າຍດອກ​ເບ້ຍ​ແຕ່ 1 – 3%. ຍ້ອນ​ເຫດນັ້ນ, ພວກ​ຂ​້າ​ພະ​ເຈົ້າ​ກໍ່​ຫຼຸດ​ຜ່ອນ​ຄວາມ​ໜັກ​ລາຍ​ຈາຍ​ດ້ານ​ການ​ເງິນ, ຖືນັ້ນ​ແມ່ນ​ໄມ​້​ງັດ​ດ້ານ​ການ​ເງິນ​ໜູນ​ຊ່ວຍ​ວິ​ສ​າ​ຫະ​ກິດ. ແຫຼ່ງ​ທຶນນີ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຂ​ົ້າ​ເປີດກວ້າງ​ການ​ຜະ​ລິດ, ຕະ​ຫຼາດ ແລະ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ແທ​ດ​ຈິງ​ເຂົ້າ​ງົບ​ປະ​ມານ​ຂອງ​ລັດ ກໍ​ຄື​ຂອງ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ”.

ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ, ຄະ​ນະ​ຈັດ​ຕັ້ງ​ກໍ່​ໄດ້​ຜັນ​ຂະ​ຫຍາຍ​ໂຄງ​ການ ເຊື່ອມ​ຕໍ່​ການ​ແລກ​ປ່ຽນ​ການ​ຄ້າ​ວິ​ສາ​ຫະ​ກິດລົງ​ເລິກ.