ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026, ວັນ​ທີ 26 ຕຸ​ລາ, ຢູ່​ນະ​ຄອນ ໂຮ່​ຈິ​ມິນ, ໄດ້​ຈັດ​ລາຍ​ການ CEO 500 – ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ກົງ​ວິງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ນະ​ຄອນ ໂຮ່​ຈິ​ມິນ ເນັ້ນ​ໜັກ​ວ່າ

ນີ້​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ​ພິ​ເສດ​ທີ່​ສຸດ ຍ້ອ​ນ​ວ່າ ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ, ເລື່ອງ​ລາວ​ໃນ​ມື້ນີ້ ບໍ່​ພຽງ​ແຕ່​ແມ່ນ​ດຶງ​ດູດ​ເງິນ​ລົງ​ທຶນ​ຕື່​ມ​ອີກ​ເທົ່າ​ນັ້ນ ​ແຕ່​ສຳ​ຄັນ​ກ່​ວາ ນັ້ນ​ແມ່ນໄດ້​ພ້ອມ​ກັບ​ບັນ​ດາ​ນັກ​ລົງ​ທຶນ ​ຮັບ​ຮູ້ບັນ​ດາ​ໂອ​ກາດ​ໃໝ່, ຄຳ​ຮຽກ​ຮ້ອງ​ໃໝ່, ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ການ​ພັດ​ທະ​ນາ​ລະ​ອຽດ ແລະ ພ້ອມ​ກັນ​ສ້າງ​ໂອ​ກາດ ແລະ ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ການ​ທີ່​ລະ​ເບີດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ຄວາມ​ຕ້ອງ​ການ​ເຊື່ອມ​ຕໍ່​ກະ​ແສ​ທຶນ​ທີ່​ມີ​ຂອບ​ຂະ​ໜາດ​ທົ່ວ​ໂລກ.

ທີ່​ລາຍ​ການ, ແບ່ງ​ປັນ​ບົດ​ທາບ​ທາມ​ຄວາມ​ເຫັນ​ດ້ວຍ​ຫົວ​ຂໍ້ “ມູມມອງ​ທົ່ວ​ໂລກ: ກະ​ແສ​ການ​ເຕີບ​ໂຕ​ຕໍ່​ໄປ”, ທ່ານ Fazurin Jamaludin, ຫ​ົວ​ໜ້າ​ຜູ້​ຕາງ​ໜ້າ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ປະ​ຈຳ ຫວຽດ​ນາມ ແລະ ລາວ ສະ​ເໜີ​ວ່າ:

ປະ​ເທດ​ ຫວຽດ​ນາມ ພວມ​ພັດ​ທະ​ນາ​ຢ່າງ​ໄວ​ວາ ແຕ່​ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນຫຼາຍ​ກ່​ວາ​ອີກ, ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ເປີດ​ເຜີຍ​ສະ​ພາບ​ເສດ​ຖະ​ກິດ​ຢ່າງ​ຈະ​ແຈ້ງ ແລະ ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທີ່​ສາ​ມາດ​ເຮັດ​ໄດ້​ ແມ່ນ​ອັ​ບ​ເດັດ​ຂໍ້​ມູນ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ສາ​ມາດ​ຕີ​ລາ​ຄາ ແລະ ຍົກ​ອອກ​ຂໍ້​ໃຫ້​ສັງ​ເກດ​ຖືກ​ຕ້ອງ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ ຫວຽດ​ນາມ ແລະ ຊຸກ​ຍູ້ບັນ​ດາ​ໂຄງ​ການ​ລົງ​ທຶນ.