ຕາມຕົວເລກຫຼ້າສຸດ, ຈຳນວນຜູ້ເສຍຊີວິດໃນເຫດໄພພິບັດນໍ້າໄຫຼຊຸ ແລະ ດິນເຊາະເຈື່ອນ ຢູ່ເຂດຊາຍແດນລະຫວ່າງ ເນປານ ແລະ ຕິເບດ (ຈີນ) ໄດ້ເພີ່ມຂຶ້ນຢ່າງໜ້ອຍເປັນ 392 ຄົນ ແລະ ຫຼາຍກວ່າ 1400 ຄົນສູນຫາຍ. ໄພພິບັດໄດ້ເກີດຂຶ້ນໃນຕອນບ່າຍ ວັນທີ 26 ສິງຫາ ຫຼັງຈາກທີ່ກ້ອນນໍ້າແຂງພັງທະລາຍລົງ, ໄດ້ລາກເອົາຂີ້ຕົມ, ດິນ, ຫີນ ແລະ ນໍ້າໄຫຼຊຸລົງມາເຂດຊາຍແດນ ເນປານ-ຈີນ. ຢູ່ຟາກ ເນປານ, ຜູ້ທີ່ບໍ່ສາມາດຕິດຕໍ່ໄດ້ ຄາດວ່າມີ 910 ຄົນ, ໃນນັ້ນມີ ນັກທ່ອງທ່ຽວຕ່າງປະເທດ 517 ຄົນ. ບັນດາຜູ້ສູນຫາຍ ມາຈາກ ກວ່າ 30 ປະເທດ, ໃນນັ້ນສາມາດຢັ້ງຢືນໄດ້ຊົ່ວຄາວຄື ມີຊາວອິນເດຍ 179 ຄົນ, ຊາວອາເມລິກາ 90 ຄົນ, ຊາວຢູແກຼນ 53 ຄົນ, ຊາວມາເລເຊຍ 51 ຄົນ, ຊາວອົດສະຕຣາລີ 35 ຄົນ, ຊາວອັງກິດ 33 ຄົນ ແລະ ຊາວການາດາ 25 ຄົນ. ຈີນ ກໍໃຫ້ຮູ້ວ່າ ມີ 3 ຄົນເສຍຊີວິດ, 558 ຄົນກຳລັງສູບຫາຍ (ໃນນັ້ນມີຊາວຕ່າງປະເທດ 260 ຄົນ).
