ຈຳນວນຄົນເສຍຊີວິດໃນເຫດບຸກໂຈມຕີຢູ່ Kabul ສືບຕໍ່ເພີ່ມຂຶ້ນ (ພາບ: Reuters)

ໄດ້ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເຖິງ 57 ຄົນ, ໃນຂະນະນັ້ນ ຈຳນວນຄົນໄດ້ຮັບບາດເຈັບກໍ່ເພີ່ມຂຶ້ນເຖິງ 119 ຄົນ. ບັນດາຜູ້ເສຍຊີວິດລ້ວນແຕ່ແມ່ນສາມັນຊົນ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍຫລາຍຄົນ. ຜູ້ວາງລະເບີດສະຫຼະຊີບໄດ້ຈູດລະເບີດໃນຂະນະທີ່ເຂົ້າໄປຢືນລຽນແຖວກັບກຸ່ມຄົນພວມຈົດທະບຽນເລືອກຕັ້ງ.

ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ໄດ້ອອກຖະແຫຼງກ່າວປະນາມຢ່າງແຮງເຫດບຸກໂຈມຕີ ທີ່ໄດ້ຮັບຖືວ່າແມ່ນ ນອງເລືອດທີ່ສຸດໃນບັນດາໂອກາດກະກຽມການເລືອກຕັ້ງ, ພ້ອມທັງ ຢືນຢັນວ່າ ການບຸກໂຈມຕີບໍ່ສາມາດກໍ່ຜົນຮ້າຍຕໍ່ວິວັດທະນາການປະຊາທິປະໄຕຢູ່ປະເທດນີ້.