ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ແຂວງນີ້ໄດ້ເພີ່ມຂຶ້ນເກືອບ 2.000 ຄົນ (ພາບ:THX/TTXVN)

ໄລ່ຮອດຕອນຄ່ຳວັນທີ 07 ຕຸລາ, ພາຍຫລັງເກີດເຫດໄພພິບັດທຳມະຊາດມາເປັນເວລາ 10 ວັນ, ກຳລັງກູ້ໄພກູ້ຊີບໄດ້ຊອກເຫັນຊາກສົບ 1.944 ສົບ.

ບັນດາກຳລັງກູ້ໄພກູ້ຊີບຍັງຄົງສືບຕໍ່ຊອກຫາຜູ້ປະສົບເຄາະຮ້າຍທີ່ຖືກທັບຖົມໃນຊາກຫັກພັງ ແລະ ຂີ້ຕົມ, ກ່ອນທີ່ບັນດາບັ້ນເຄື່ອນໄຫວຊອກຫາຜູ້ຫາຍສາບສູນຈະຢຸດຕິລົງໃນວັນທີ 11 ຕຸລາ.