ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເມື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຊຸດ​ທີ 16, ຕອນ​ຊົ້າ​ວັນ​ທີ 26 ຕຸ​ລາ, ສ​ສ​ຊ ໄດ້​ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ ແລະ ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ອາ​ວຸດ, ວັດ​ຖຸ​ລະ​ເບີດ ແລະ ເຄື່ອງ​ມື​ໜູນ​ຊ່ວຍ, ກົດ​ໝາຍ​ວ່າ​ດ້ວຍ​ການ​ດັບ​ເພິງ ແລະ ກູ້​ໄພ​ກູ້​ຊີບ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ກິດ​ຈະ​ກຳ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງ​​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງຊາດ.

ກ່ຽວ​ກັບຮ່າງກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ກິດ​ຈະ​ກຳ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງຊາດ, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ສຳ​ລັບ​ບັນ​ດາກິດ​ຈະ​ກຳ, ​ຕ້ອງ​ກຳ​ນົດ​ຂົວ​ຕໍ່​ປະ​ສານ​ງານ, ຄວາມ​ຮັບ​ພິດ​ຊອບ​ຂອງ​ແຕ່​ລະ​ບໍ​ລີ​ເວນ ແລະ ມີ​ກົນ​ໄກ​ບັນ​ຊາ . ຕຳຫຼວດ​ແມ່ນ​ປັດ​ໄຈຫຼັກ​ແຫຼ່ງ, ຫົວ​ໜ່ວຍ​ຄຸ້ມ​ຄອງ, ເຄື່ອນ​ໄຫວ, ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ກິດ​ຈະ​ກຳ. ການ​ປະ​ສານ​ສົມ​ທົບ​ກັນ​ຕ້ອງ​​ຊ່ວຍ​ແກ້​ໄຂ​ຢ່າງວ່ອງ​ໄວ, ບໍ່​ເຮັດ​ໃຫ້​ຄວາມ​ຮັບ​ຜິດ​ຊອບ​ຊ້ອນ​ກັນ. ບັນ​ດາ​ເນື້ອ​ໃນ​ນີ້​ຕ້ອງ​ຈະ​ແຈ້ງ​ທີ່​ສຸດ ເພື່ອກ​ຳ​ນົດ​ຄວາມ​ຮັບ​ຜິດ​ຊອບ ກໍ່ຄື​ຂໍ້​ມູນຂ່າວ​ສານ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່ ປ​ຊ​ຊ ໄດ້​ຮູ້ ແລະ ປະ​ຕິ​ບັດ.