ຕອນ​ເຊົ້າ​ວັນ​ທີ 25 ພຶດ​ສະ​ພາ, ຢູ່​ເຂດສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ເພື່ອ​ຊາດ ເນິ້ມ, ຕາ​ແສງ ຕື່​ໝີ້, ແຂວງ​ຮ່າ​ຕິງ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ ຮ່າ​ຕິງ​ໄດ້​ຈັດ​ພິ​ທີ​ໄຫ​ວ້​ອາ​ໄລ ແລະ ບົ່ງ​ອັດ​ຖິທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ​ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ 9 ຊຸດໃນສະ​ໄໝ​ສົງ​ຄາມ. ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ, ສະ​ແດງ​ຄວາມ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ຜູ້​ຄົນ​ທີ່​ດີ​ເດັ່ນ​ຂອງ​ຊາດ ຫວຽດ​ນາມ ທີ່​ອຸ​ທິດ​ສ່ວນ​ອາ​ຍຸເຍົາ​ໄວ, ກ້າ​ຫານ​ຕໍ່​ສູ້, ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ອັນ​ສູງ​ສົ່ງ.